8.6.16

[CITS002] ຫຼັກສູດເຝິກອົບຮົມ ການສ້າງເວັບໄຊ ທຸລະກິດ, ບໍລິສັດ ແລະ ອົງກອນ






ທາງຮ້ານ ຈັດຕຸໄຊ ບໍລິການ ໄອທີ ມີຄວາມຍິນດີທີ່ແຈ້ງໃຫ້ທ່ານຮັບຊາບວ່າ ປັດຈຸບັນທາງຮ້ານເຮົາໄດ້ເປີດຊຸດເຝິກອົບຮົມ ຫຼັກສູດໃໝ່. ລະຫັດ: CITS002: ການສ້າງເວັບໄຊ ທຸລະກິດ, ບໍລິສັດ ແລະ ອົງກອນ. ຫຼັກສູດນີ້ເໝາະກັບທຸກທ່ານທີ່ຕ້ອງການຮຽນຮູ້ການສ້າງເວັບໄຊ ແຕ່ບໍ່ມີພື້ນຖານທາງດ້ານນີ້ມາກ່ອນ.

- ຮຽນຮູ້ທິດສະດີ ແລະ ຫຼັກການອອກແບບເວັບໄຊ ພ້ອມລົງມືປະຕິບັດຕົວຈິງ.
- ບົດຮຽນເຂົ້າໃຈງ່າຍ ເໝາະກັບນັກຮຽນ, ນັກສຶກສາ ແລະ ນັກທຸລະກິດ.
- ບໍ່ຈໍາເປັນຕ້ອງມີຄວາມຮູ້ຂັ້ນສູງທາງດ້ານໄອທີ ກໍ່ສາມາດສ້າງເວັບໄຊ ແບບມືອາຊີບໄດ້.
- FREE! ໂປຣແກຣມສຳລັບການອອກແບບເວັບໄຊ.

ສະເໜີຂໍແບບຟອມສະໝັກຮຽນໄດ້ທີ່ ຮ້ານ ຈັດຕຸໄຊ ບໍລິການ ໄອທີ ຫຼື ຕິດຕໍ່ 020 77077 424, 020 2231 0071
ສະຖານທີ່ຮ້ານ: ສີ່ແຍກໄຟແດງຕະຫຼາດເກົ່າ (ເສັ້ນທາງທະນາຄານການຄ້າ), ບ້ານສຸນັນທາ, ເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ.
=======================================
ຈັດຕຸໄຊ ບໍລິການ ໄອທີ
http://chattouxay.blogspot.com

31.5.16

[CITS001] ຫຼັກສູດເຝິກອົບຮົມ ພື້ນຖານການສ້າງເວັບໄຊ - ການສ້າງເວັບບລັອກ

ທາງຮ້ານ ຈັດຕຸໄຊ ບໍລິການ ໄອທີ ມີຄວາມຍິນດີທີ່ແຈ້ງໃຫ້ທ່ານຮັບຊາບວ່າ ປັດຈຸບັນທາງຮ້ານເຮົາໄດ້ເປີດຊຸດເຝິກອົບຮົມ ຫຼັກສູດໃໝ່. ລະຫັດ: CITS001: ພື້ນຖານການສ້າງເວັບໄຊ (ການສ້າງເວັບບລັອກ) ເຊິ່ງທ່ານຈະໄດ້ຮຽນຮູ້ກ່ຽວກັບການສ້າງເວັບໄຊ ໂດຍນໍາໃຊ້ເວັບບລັອກ ເໝາະກັບທຸກທ່ານທີ່ຕ້ອງການຮຽນຮູ້ການສ້າງເວັບໄຊ ແຕ່ບໍ່ມີພື້ນຖານທາງດ້ານການຂຽນໂປຣແກຣມ ຫຼື ສ້າງເວັບໄຊມາກ່ອນ.

- ຮຽນຮູ້ການສ້າງເວັບໄຊຢ່າງງ່າຍດາຍ
- ບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານການຂຽນໂປຣແກຣມ.
- ສາມາດສ້າງເວັບໄຊໄດ້ ພາຍຫຼັງຈົບຫຼັກສູດ 5 ວັນເທົ່ານັ້ນ!

ສະເໜີຂໍແບບຟອມສະໝັກໄດ້ທີ່ ຮ້ານ ຈັດຕຸໄຊ ບໍລິການ ໄອທີ ຫຼື ຕິດຕໍ່ 020 77077 424, 020 2231 0071
ສະຖານທີ່ຮ້ານ: ສີ່ແຍກໄຟແດງຕະຫຼາດເກົ່າ (ເສັ້ນທາງທະນາຄານການຄ້າ), ບ້ານສຸນັນທາ, ເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ.
=======================================
ຈັດຕຸໄຊ ບໍລິການ ໄອທີ
http://chattouxay.blogspot.com

7.5.16

ເຝິກອົບຮົມຄອມພິວເຕີ

ທາງຮ້ານພວກເຮົາ ໄດ້ໃຫ້ບໍລິການເຝິກອົບຮົມຄອມພິວເຕີ ຕັ້ງແຕ່ລະດັບພື້ນຖານ ຈົນຮອດນຳໃຊ້ເປັນ, ເຊິ່ງນັ້ນແມ່ນຈຸດປະສົງຫຼັກຂອງການບໍລິການຂອງພວກເຮົາ. ການຮຽນ-ການສອນຂອງຮ້ານເຮົາ ຈະເນັ້ນຄວາມລະອຽດເປັນຫຼັກ

ດ້ວຍລາຄາທີ່ເໝາະສົມ ແລະ ບັນຍາກາດການຮຽນເປັນກັນເອງ, ຂໍໃຫ້ທ່ານໝັ້ນໃຈໄດ້ວ່າ ເມື່ອທ່ານໄດ້ຮັບການເຝິກອົບຮົມ ຈາກຮ້ານເຮົາແລ້ວ ທ່ານຈະສາມາດນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນວຽກງານຕົວຈິງຂອງທ່ານໄດ້.


/
ຫົວຂໍ້ວິຊາ
ຄ່າຮຽນ
ໄລຍະເວລາ
1
Microsoft Office Word 2010
250,000
1 ເດືອນ (ຈັນ-ສຸກ)
2
Microsoft Office Excel 2010
280,000
1​ ເດືອນ (ຈັນ-ສຸກ)
3
Microsoft Office PowerPoint 2010
300,000
1 ເດືອນ (ຈັນ-ສຸກ)

ໝາຍເຫດ: ສຳລັບວັນເສົາ-ອາທິດ ແມ່ນກໍລະນີພິເສດ ເພີ່ມອີກ 10% ຂອງຄ່າຮຽນປົກກະຕິ



4.5.16

ສ້ອມແປງ ແລະ ຕິດຕັ້ງໂປຣແກຣມ


ທາງຮ້ານຂອງເຮົາ ໃຫ້ບໍລິການກວດກາລະບົບຄອມພິວເຕີ ແລະ ຕິດຕັ້ງໂປຣແກຣມຕ່າງໆ. ໂດຍປົກກະຕິແລ້ວ ການກວດກາ ແລະ ຕິດຕັ້ງໂປຣແກຣມນັ້ນ ຈະໃຊ້ເວລາພໍສົມຄວນ.  ເຊິ່ງທ່ານສາມາດຊື້ເວລານຳພວກເຮົາໄດ້ ໂດຍການເຂົ້າມານຳໃຊ້ບໍລິການຈາກທາງຮ້ານ.

ດ້ວຍປະສົບການໃນການກວດກາ ແລະ ຕິດຕັ້ງໂປຣແກຣມມາຫຼາຍປີ ທ່ານໝັ້ນໃຈໄດ້ວ່າ ການບໍລິການຂອງພວກເຮົາມີຄຸນນະພາບ ແລະ ຄ່າບໍລິການເໝາະສົມ.

ບໍລິການກວດກາ ແລະ ຕິດຕັ້ງໂປຣແກຣມຄອມພິວເຕີຈາກທາງຮ້ານແມ່ນມີດັ່ງນີ້:


  • ກວດກາ ແລະ ສ້ອມແປງຄອມພິວເຕີເບື້ອງຕົ້ນ (ສ້ອມແປງສະເພາະລະບົບ Software), ທາງຮ້ານເຮົາບໍ່ມີອຸປະກອນສຳລັບສ້ອມແປງ Hardware ແຕ່ສາມາດກວດກາໃຫ່ທ່ານຕື່ມໄດ້.
  • ຕິດຕັ້ງໂປຣແກຣມຕ່າງໆ ເຊັ່ນ: ລະບົບປະຕິບັດການ (Windows), ໂປຣແກຣມນຳໃຊ້ (Office, ພາສາລາວ, ໂປຣແກຣມຟັງເພງ) ແລະ ໂປຣແກຣມເສີມອື່ນໆ (ເກມ, ໂປຣແກຣມຕົບແຕ່ງຮູບພາບ...)
  • ກວດກາການເຮັດວຽກຂອງໂປຣແກຣມຕ່າງໆ ວ່າມີໂປຣແກຣມໃດເຮັດວຽກຜິດປົກກະຕິ ຫຼື ມີໂປຣແກຣມໃດທີ່ບໍ່ຈຳເປັນຄວນຈະນຳອອກ.
  • ກວດໄວລັດ ແລະ ກູ້ຂໍ້ມູນທີ່ຖືກເຊື່ອງຈາກໄວລັດ.
  • ຕິດຕັ້ງ ແລະ ອັບເດດໂປຣແກຣມປ້ອງກັນໄວລັດ.
  • ຕິດຕັ້ງໂປຣແກຣມອື່ນໆ ຕາມຄວາມຕ້ອງການຂອງລູກຄ້າ.

ໝາຍເຫດ: ສຳລັບຄອມພິວເຕີຕັ້ງໂຕະ ລູກຄ້າສາມາດນຳພຽງແຕ່ໜ່ວຍ Case ມາສ້ອມແປງໃນຮ້ານພວກເຮົາ (ບໍ່ຈຳເປັນຕ້ອງເອົາໜ້າຈໍ, ແປ້ນພິມ ແລະ ເມົ້າສ໌ມານຳ).